ວິທະຍາໄລພະລະສຶກສາ
ພະແນກກວດກາ, ຕິດຕາມ, ປະເມີນຜົນ ແລະ ປະກັນຄຸນນະພາບ
ຮັບຜິດຊອບວຽກງານວັດແລະປະເມີນຜົນ, ການປະກັນຄຸນນະພາບການສຶກສາ, ວຽກງານວິໄຈ ພ້ອມທັງພັດທະນາລະບົບຖານຂໍ້ມູນ ແລະ ເຄືອຂ່າຍ ICT ພາຍໃນວິທະຍາໄລ.
ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ
1. ວຽກງານກວດກາ & ປະກັນຄຸນນະພາບ
- ສ້າງແຜນກວດກາ, ຕິດຕາມ, ວັດຜົນ-ປະເມີນຜົນ, ແລະ ການປະກັນຄຸນນະພາບການສຶກສາ.
- ຈັດຕັ້ງການປະເມີນຜົນພາຍໃນ ແລະ ປະສານງານການປະເມີນຮ່ວມກັບຄະນະປະເມີນຜົນພາຍນອກ ຕາມລະບຽບການ.
2. ວຽກງານເວັບໄຊ & ຖານຂໍ້ມູນ
- ພັດທະນາເວັບໄຊ (Web) ຂອງວິທະຍາໄລ ແລະ ລະບົບຖານຂໍ້ມູນເພື່ອເກັບກໍາສັງລວມຂໍ້ມູນ-ຂ່າວສານ.
- ຄຸ້ມຄອງຄັງຂໍ້ສອບ, ວຽກງານວິເຄາະຂໍ້ສອບ, ແລະ ຈັດເກັບສະຖິຕິຂໍ້ມູນຄູສອນ-ນັກສຶກສາ.
3. ວຽກງານເຕັກໂນໂລຊີ & ເຄືອຂ່າຍ ICT
- ຄຸ້ມຄອງລະບົບເຄືອຂ່າຍອິນເຕີເນັດ ແລະ ໂຄງລ່າງ ICT ພາຍໃນວິທະຍາໄລ.
- ຄົ້ນຄວ້າ ແລະ ເຜີຍແຜ່ການນຳໃຊ້ ICT ເຂົ້າໃນວຽກງານວັດຜົນ, ປະເມີນຜົນ ແລະ ກວດກາຄຸນນະພາບ.
4. ວຽກງານວິໄຈ & ທົດສອບສະມັດຕະພາບ
- ດໍາເນີນການວິໄຈທາງການສຶກສາ ພ້ອມທັງຈັດຕັ້ງເຜີຍແຜ່ຜົນງານທັງພາຍໃນ ແລະ ພາຍນອກ.
- ຈັດຕັ້ງການທົດສອບສະມັດຕະພາບທາງດ້ານຮ່າງກາຍ (Physical Fitness) ຂອງນັກສຶກສາພະລະສຶກສາ.
- ເຝິກອົບຮົມວຽກງານວິໄຈ, ວຽກງານປະເມີນຜົນ ແລະ ວຽກງານ ICT ໃຫ້ແກ່ພະນັກງານ-ຄູສອນ.
5. ວຽກງານອື່ນໆ
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຜູ້ອຳນວຍການວິທະຍາໄລພະລະສຶກສາ.
