ວິທະຍາໄລພະລະສຶກສາ
ພະແນກຄຸ້ມຄອງ ແລະ ສົ່ງເສີມກິດຈະກຳນັກສຶກສາ
ມີພາລະບົດບາດໃນການຄຸ້ມຄອງລະບຽບວິໄນ, ສະຫວັດດິການຫໍພັກ, ປິ່ນປົວສຸຂະພາບຂັ້ນພື້ນຖານ, ສົ່ງເສີມກິດຈະກຳກິລາ-ສິລະປະ ແລະ ປ້ອງກັນຄວາມສະຫງົບພາຍໃນ.
ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ
1. ວຽກງານຄຸ້ມຄອງ & ລະບຽບວິໄນ
- ຄຸ້ມຄອງ, ສຶກສາອົບຮົມ, ປະຕິບັດວິໄນ, ຮັບຄໍາຮ້ອງ, ຄໍາສະເໜີ ແລະ ການລາພັກ ຂອງນັກສຶກສາ.
- ຈັດຕັ້ງນໍາພາເຄົາລົບທຸງຊາດ ແລະ ສະຫຼຸບລາຍງານການເຄື່ອນໄຫວປະຈໍາອາທິດ.
2. ວຽກງານສະຫວັດດີການ & ຫໍພັກ
- ເກັບກໍາສະຖິຕິນັກສຶກສາ ທີ່ນອນໃນ ແລະ ນອນນອກຫໍພັກ ຢ່າງລະອຽດ.
- ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນໍາໃຊ້ຫໍພັກ, ຫ້ອງນໍ້າ ແລະ ເຮືອນຄົວ ຂອງນັກສຶກສາ.
3. ວຽກງານສົ່ງເສີມກິດຈະກຳ
- ສົ່ງເສີມກິດຈະກຳພະລະສຶກສາ-ກິລາ, ສິລະປະວັນນະຄະດີ, ການອອກແຮງງານ, ການເພີ່ມພູນຜະລິດຜົນ ແລະ ພັດທະນາສິ່ງແວດລ້ອມ.
- ສົ່ງເສີມການອານຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຊຸກຍູ້ການຂຽນ-ອ່ານຂໍ້ມູນຂ່າວສານ ແລະ ການຊ່ວຍເຫຼືອຊຸມຊົນ-ສັງຄົມ.
4. ວຽກງານສຸຂະພາບ & ປິ່ນປົວ
- ກວດ ແລະ ປິ່ນປົວສຸຂະພາບຂັ້ນພື້ນຖານ (ຫ້ອງໝໍ) ໃຫ້ແກ່ພະນັກງານ, ຄູສອນ ແລະ ນັກສຶກສາ ພາຍໃນວິທະຍາໄລ.
5. ວຽກງານຄວາມສະຫງົບ & ວຽກມອບໝາຍ
- ປ້ອງກັນຄວາມສະຫງົບພາຍໃນ, ປະສານສົມທົບຮ່ວມມືວຽກງານ ປກສ ກັບຄະນະປ້ອງກັນກະຊວງສຶກສາທິການ ແລະ ກິລາ ແລະ ອົງການປົກຄອງບ້ານອ້ອມຂ້າງ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຜູ້ອຳນວຍການວິທະຍາໄລ.
