
ໄລຍະທີ1 ປີ1978-1979 ໄດ້ເລີ່ມປະຕິບັດໜ້າທີ່ດໍາເນີນການຮຽນ-ການສອນວິຊາຄູພະລະສຶກສາ ເຊິ່ງໃນເມື່ອກ່ອນເອີ້ນວ່າ: “ໂຮງຮຽນກາຍຍະສຶກສາກິລາຊັ້ນກາງວຽງຈັນ”ຢູ່ເດີ່ນກິລາແຫ່ງຊາດ(ເດີ່ນກິລາເຈົ້າອະນຸວົງໃນປະຈຸບັນ).
ໄລຍະທີ2 ປີ1993 ກົມພະລະສຶກສາ ໄດ້ຖືກສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບວຽກງານພະລະສຶກສາ-ກິລາໃນໂຮງຮຽນ ດ້ວຍເຫດຜົນດັ່ງກ່າວຈຶ່ງໄດ້ປ່ຽນຊື່”ໂຮງຮຽນກາຍຍະສຶກສາ-ກິລາ”ມາເປັນ”ໂຮງຮຽນສ້າງຄູພະລະສຶກສາ”.
ໄລຍະທີ3 ປີ2009 ໄດ້ຍົກຖານະຈາກໂຮງຮຽນສ້າງຄູພະລະສຶກສາມາເປັນວິທະຍາໄລພະລະສຶກສາ ຕາມຂໍ້ຕົກລົງຂອງລັດຖະມົນຕີ, ສະບັບເລກທີ1129/ສສ.09, ລົງວັນທີ28ພຶດສະພາ 2009 ມາເຖິງປັດຈຸບັນ.
