ວິທະຍາໄລພະລະສຶກສາ
ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ
ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະອໍານວຍການ ໃນການຄຸ້ມຄອງວຽກງານບໍລິຫານ, ຈັດຕັ້ງ-ພະນັກງານ, ແຜນການ-ການເງິນ ແລະ ອາຄານສະຖານທີ່.
ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ
1. ວຽກງານບໍລິຫານ ແລະ ເອກະສານ
- ສັງລວມແຜນຍຸດທະສາດ, ແຜນພັດທະນາ, ແຜນການປະຈໍາປີ, ປະຈໍາເດືອນ ແລະ ປະຈຳອາທິດ.
- ປະຕິບັດວຽກງານຂາອອກ-ຂາເຂົ້າ, ພິທີການ-ຮັບແຂກ, ປະຊາສຳພັນ, ຂ່າວສານ ແລະ ໜັງສືພິມ.
- ສ້າງ, ປັບປຸງນິຕິກໍາ ແລະ ລະບຽບການຕ່າງໆ ກ່ຽວກັບການຄຸ້ມຄອງພາຍໃນວິທະຍາໄລ.
2. ວຽກງານຈັດຕັ້ງ ແລະ ພະນັກງານ
- ຄຸ້ມຄອງ, ບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ສະຖິຕິ, ປະຫວັດຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ຄູສອນ ແລະ ນັກສຶກສາ.
- ປະເມີນພະນັກງານ-ລັດຖະກອນ ແລະ ຄູສອນ ປະຈໍາປີ ພາຍໃນວິທະຍາໄລ.
3. ວຽກງານນະໂຍບາຍ & ວິຊາການ
- ນໍາສະເໜີຕໍາແໜ່ງວິຊາການ ແລະ ນາມມະຍົດຄູ ຕາມລະບຽບການ.
- ສະເໜີ ເລື່ອນຊັ້ນ-ຂັ້ນເງິນເດືອນ, ບຳເນັດ-ບຳນານ, ປະຕິບັດນະໂຍບາຍ, ຍ້ອງຍໍ, ປົດຕໍາແໜ່ງ ແລະ ປະຕິບັດວິໄນຕໍ່ພະນັກງານ-ຄູສອນ.
4. ວຽກງານຊັບສິນ & ພາຫະນະ
- ກໍ່ສ້າງ, ສ້ອມແປງ, ຈັດສັນ, ຄຸ້ມຄອງ ແລະ ກວດກາການນໍາໃຊ້ອາຄານ, ສະຖານທີ່, ສີ່ງແວດລ້ອມ ແລະ ວັດຖູປະກອນ.
- ຄຸ້ມຄອງສາງ, ພາຫະນະ, ໄຟຟ້າ, ນໍ້າປະປາ, ນໍ້າມັນເຊື້ອໄຟ, ຮ້ານອາຫານ ແລະ ຮ້ານຂາຍເຄື່ອງ ພາຍໃນວິທະຍາໄລ.
5. ວຽກງານງົບປະມານ & ການເງິນ
- ວາງແຜນງົບປະມານ ແລະ ລາຍຮັບວິຊາການ ຂອງວິທະຍາໄລ.
- ຄຸ້ມຄອງ ແລະ ສະເໜີນໍາໃຊ້, ສະຫຼຸບລາຍຮັບ-ລາຍຈ່າຍ ພ້ອມທັງລາຍງານຂັ້ນເທິງ ຕາມລະບຽບການ.
6. ການຮ່ວມມື & ໜ້າທີ່ອື່ນໆ
- ວາງແຜນຮ່ວມມືດ້ານວິຊາການກັບຕ່າງປະເທດ, ນຳສະເໜີຂັ້ນເທິງ ເພື່ອຂໍອະນຸມັດໂຄງການຮ່ວມມື.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຜູ້ອຳນວຍການວິທະຍາໄລ.
