
ໃນວັນທີ 03 ເມສາ 2026 ເວລາ 09:00 ໂມງ, ທີ່ຫ້ອງປະຊຸມວິທະຍາໄລພະລະສຶກສາ ໄດ້ຈັດກອງປະຊຸມສ່ອງແສງລາຍງານ ປະຈໍາໄຕມາດ I (ເດືອນ 01-03/2026) ແລະ ທິດທາງແຜນການ ປະຈໍາໄຕມາດ II (ເດືອນ 04-06/2026) ຂຶ້ນຢ່າງເປັນທາງການ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາສຸກ ອິນສະຫຼອງ ເລຂາຄະນະພັກຮາກຖານ ວິທະຍາໄລພະລະສຶກສາ, ໂດຍມີບັນດາສະຫາຍ ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມທັງໝົດ 42 ສະຫາຍ (ຍິງ 19 ສະຫາຍ).
- ເພື່ອຜ່ານບົດສະຫຼຸບການປະຕິບັດວຽກງານ ປະຈໍາໄຕມາດ I (ເດືອນ 01-03/2026) ແລະ ທິດທາງແຜນການ ປະຈໍາໄຕມາດ II (ເດືອນ 04-06/2026) ຂອງຄະນະພັກຮາກຖານວິທະຍາໄລພະລະສຶກສາ.
- ເພື່ອປຶກສາຫາລື, ຄົ້ນຄວ້າ, ກວດກາ ແລະ ຕິດຕາມການນໍາພາ-ຊີ້ນໍາ ວຽກງານສາຍພັກ-ສາຍລັດ ໃຫ້ມີປະສິດທິພາບສູງຂຶ້ນ.
ໃນກອງປະຊຸມ, ສະຫາຍ ເລຂາຄະນະພັກຮາກຖານ ໄດ້ດໍາເນີນການນໍາພາ-ຊີ້ນຳ ທົບທວນວຽກງານຂອງຄະນະພັກໃນໄລຍະຜ່ານມາ ພ້ອມທັງວາງແຜນວຽກງານໃນຕໍ່ໜ້າ ແລະ ຜັນຂະຫຍາຍເອກະສານພັກຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ເນື້ອໃນສໍາຄັນຕ່າງໆ ດັ່ງນີ້:
- ການເຜີຍແຜ່ເຊື່ອມຊຶມເອກະສານ: ສະຫາຍ ຄໍາສຸກ ອິນສະຫຼອງ ເລຂາຄະນະພັກຮາກຖານ ໄດ້ຜັນຂະຫຍາຍຄຳເຫັນຂອງປະທານ ກອງປະຊຸມປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ເຜີຍແຜ່ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
- ຜ່ານບົດສະຫຼຸບຜົນງານ: ສະຫາຍ ວຽງໄຊ ນວນວິໄລ ຮອງເລຂາຄະນະພັກຮາກຖານ ໄດ້ຜ່ານບົດສະຫຼຸບ ປະຈໍາໄຕມາດ I ແລະ ທິດທາງແຜນການ ປະຈໍາໄຕມາດ II. ໂດຍກອງປະຊຸມໄດ້ຮັບຮອງເອົາບົດສະຫຼຸບດັ່ງກ່າວໂດຍພື້ນຖານ ແລະ ເຫັນດີໃຫ້ປັບປຸງເນື້ອໃນບາງຂໍ້ເພີ່ມເຕີມເພື່ອຄວາມຄົບຖ້ວນສົມບູນ.
- ວຽກງານຈັດຕັ້ງ-ພະນັກງານ: ສະຫາຍ ນ. ອິນຕາ ບຸນມີໄຊ ຄະນະພັກຮາກຖານ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 64/ວພສ ລົງວັນທີ 30 ມີນາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ພາຍໃນວິທະຍາໄລພະລະສຶກສາ ໄລຍະ 5 ປີ (2026-2030), ພ້ອມທັງໄດ້ຈັບມືເປີດບັ້ນແຂ່ງຂັນພາຍໃນຄະນະຮັບຜິດຊອບຢ່າງເປັນທາງການໃນວັນດຽວກັນ.
ວຽກງານສາຍລັດ ແລະ ການເຄື່ອນໄຫວຊ່ວຍເຫຼືອສັງຄົມ
ນອກຈາກວຽກງານພັກແລ້ວ, ກອງປະຊຸມຍັງໄດ້ ປຶກສາຫາລື ແລະ ຕົກລົງເຫັນດີໃນວຽກງານສາຍລັດທີ່ສໍາຄັນ ດັ່ງນີ້:
- ກວດກາຊີວະປະຫວັດ: ຄະນະຮັບຜິດຊອບໄດ້ຊີ້ແຈງກ່ຽວກັບຜົນຂອງການກວດຊີວະປະຫວັດຂອງພະນັກງານລັດຖະກອນບໍລິຫານ ແລະ ລັດຖະກອນຄູ ຕາມແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1235/ຫກ ລົງວັນທີ 23 ມີນາ 2026, ເຊິ່ງຈະໄດ້ກະກຽມເຮັດບັດປະກັນສັງຄົມຄືນໃໝ່ ຈໍານວນ 03 ສະຫາຍ (ຍິງ 01 ສະຫາຍ).
- ວຽກງານປ້ອງກັນເວນຍາມ: ມອບໃຫ້ຄະນະຮັບຜິດຊອບປ້ອງກັນເວນຍາມ ສັງລວມລາຍຊື່ຜູ້ສະໝັກປ້ອງກັນສະເພາະກິດ ໃນໄລຍະວຸນບຸນປີໃໝ່ລາວ ປະຈໍາປີ 2026 ຕັ້ງແຕ່ວັນທີ 13-17 ເມສາ 2026 ພ້ອມທັງເອົາໃຈໃສ່ກວດກາ, ຕິດຕາມ ແລະ ລາຍງານຂັ້ນເທິງເປັນແຕ່ລະໄລຍະ.
- ວຽກງານບຸລິມະສິດສັງຄົມ: ວິທະຍາໄລພະລະສຶກສາ ໄດ້ມອບປັດໄຈໃຫ້ແກ່ຄອບຄົວພະນັກງານປະຈໍາການ ແລະ ບໍານານ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ (ໝາກເຫັບ) ລວມທັງໝົດ 08 ຄອບຄົວ (ໃນນັ້ນ ເປັນຄອບຄົວພະນັກງານບໍານານ 01 ຄອບຄົວ).
ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ເລຂາຄະນະພັກຮາກຖານ ໄດ້ເນັ້ນໜັກໃຫ້ຄະນະພັກທຸກສະຫາຍ ເອົາໃຈໃສ່ເປັນກົກໃນການຊີ້ນໍາ-ນໍາພາ ໂດຍສະເພາະແມ່ນ ການເຮັດວຽກງານແນວຄິດຂອງສະມາຊິກພັກ ໃຫ້ມີຄວາມຫຼາກຫຼາຍວິທີ, ເລິກເຊິ່ງ, ໃກ້ສິດຕິດແທດ ແລະ ຕິດຕາມຫາງສຽງຂອງສະມາຊິກພັກ-ພະນັກງານ ຢ່າງເປັນປະຈໍາ ເພື່ອຮັບປະກັນໃຫ້ພາຍໃນມີຄວາມສະຫງົບຮອບດ້ານ ແລະ ຮ່ວມຊີວິດການເມືອງດ້ວຍຜົນສໍາເລັດອັນຈົບງາມ.
