ພາລະບົດບາດ

ວິທະຍາໄລພະລະສຶກສາ ຂຽນດ້ວຍອັກສອນຫຍໍ້ “ວພສ” ເປັນກົງຈັກຈັດຕັ້ງວິຊາການໜຶ່ງທີ່ຂຶ້ນກັບຂະແໜງການທີ່ກ່ຽວຂ້ອງຕາມສາຍຕັ້ງ, ພາຍໃຕ້ການຊີ້ນໍາ ຂອງກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໂດຍປະສານງານສົມທົບດ້ານວິຊາການກັບກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ເຊິ່ງມີພາລະບົດບາດໃນການຈັດຕັ້ງການຮຽນ-ການສອນ, ການກໍ່ສ້າງບໍາລຸງ, ພັດທະນາຄູ, ນັກວິຊາການພະລະສຶກສາ-ກິລາເພື່ອຕອບສະໜອງໃຫ້ແກ່ສະຖານການສຶກສາ, ອົງກອນຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ.