
ໃນຕອນເຊົ້າຂອງວັນທີ 23 ມີນາ 2026 ທີ່ຫ້ອງປະຊຸມ ວິທະຍາໄລພະລະສຶກສາໄດ້ເປີດກອງປະຊຸມຝຶກອົບຮົມທັກສະການສອນ 15 ວິທີສອນ ໃຫ້ແກ່ຄູສອນພາຍໃນວິທະຍາໄລພະລະສຶກສາ ພາຍໃຕ້ການເປັນປະທານຂອງ ທ່ານ ຊອ ປທ. ວິສິດ ແສງອໍາພັນ ຮອງຜູ້ອໍານວຍການວິທະຍາໄລພະລະສຶກສາ, ໃນນັ້ນມີນັກວິທະຍາກອນ 5 ທ່ານ ຈາກຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ ສໍາມະນາກອນ 30 ທ່ານ, ຜູ້ເຂົ້າຮ່ວມທັງໜົດ 36 ທ່ານ ຍິງ 16 ທ່ານ
=>ໂດຍມີຈຸດປະສົງ:ເພື່ອສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍຂີດຄວາມສາມາດ ໃຫ້ຄູສອນໄດ້ຮັບຮູ້ເຂົ້າໃຈເຖິງຮູບແບບ, ວິທີການຢ່າງເລິກເຊິ່ງກ່ຽວກັບ 15 ວິທີສອນ ສາມາດນໍາໄປໃຊ້ເຂົ້າໃນການຮຽນການສອນ ໃຫ້ໄດ້ຮັບຜົນດີ ມີຄຸນນະພາບ ແລະ ແທດເໜາະກັບສະພາບຄວາມເປັນຈິງແຕ່ລະໄລຍະ;
=>ໃນການປະຕິບັດກອງປະຊຸມຝຶກອົບຮົມທັກສະການສອນ 15 ວິທີສອນ ໃຫ້ແກ່ຄູສອນໃນວິທະຍາໄລພະລະສຶກສາເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນໃຫ້ມີຄວາມຮູ້ທີ່ຫຼາກຫຼາຍ ເພື່ອໃຫ້ສອດຄ່ອງກັບສະພາບການຮຽນການສອນໃນປະຈຸບັນກອງປະຊຸມດັ່ງກ່າວໄດ້ລົງເລິກ 4 ວິທີສອນຄື: ການສອນແບບບັນຍາຍ, ການສອນແບບສາທິດ, ການສອນແບບທົດລອງ, ການສອນແບບລະດົມສະໝອງເຊິ່ງຈັດຕັ້ງປະຕິບັດດັ່ງນີ້:
– ນັກວິທະຍາກອນນໍາສະເໜີແຕ່ລະຫົວຂໍ້ໃນລັກສະນະບັນຍາຍທິດສະດີ, ອະທິບາຍ, ຍົກຕົວຢ່າງ;
– ນັກວິທະຍາກອນ, ສໍາມະນາກອນ ແລກປ່ຽນຄໍາຄິດເຫັນໂດຍການສົນທະນາ, ຖາມຕອບ ຢ່າງກົງໄປກົງມາເນັ້ນຄວາມຮູ້ ແລະ ປະສົບການການສອນ;
– ຈັດກິດຈະກໍາ, ແບ່ງກຸ່ມ ຄົ້ນຄວ້າ ແລະ ປະຕິບັດວິທີສອນຕົວຈິງໃນການແຕ່ງບົດສອນ, ອອກແບບການສອນຕາມ 4 ຫົວຂໍ້ວິທີສອນເຊັ່ນ: ການສອນແບບບັນຍາຍ, ການສອນແບບສາທິດ, ການສອນແບບທົດລອງ, ການສອນແບບລະດົມສະໝອງ.
=>ຜົນໄດ້ຮັບ : – ສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍຂີດຄວາມສາມາດໃຫ້ຄູສອນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຮູບແບບ, ວິທີການຢ່າງເລິກເຊິ່ງກ່ຽວກັບ 15 ວິທີສອນ ສາມາດນໍາໄປໃຊ້ເຂົ້າໃນການຮຽນການສອນໃຫ້ແທບເໜາະກັບສະພາບຄວາມເປັນຈິງແຕ່ລະໄລຍະ;
– ຄູສອນໄດ້ຮັບຄວາມຮູ້ໃໝ່ທີ່ຫຼາກຫຼາຍ ຈາກນັກວິທະຍາກອນທີ່ນໍາສະເໜີ ແລະ ສົ່ງຄວາມຮູ້, ໃນແຕ່ລະຫົວຂໍ້ຢ່າງເລິກເຊິ່ງ.
=>ໃນນັ້ນທ່ານປະທານມີຄໍາເຫັນຊີ້ນໍາຕໍ່ເນື້ອໃນກອງປະຊຸມ:ສໍາລັບວຽກງານການຈັດການຮຽນການສອນເປັນວຽກງານທີ່ສໍາຄັນທີ່ສຸດໃນການຝຶກອົບຮົມຄັ້ງນີ້ໃຫ້ນັກສໍາມະນາກອນໄດ້ແລກປ່ຽນຮຽນຮູ້ຫຼາກຫລາຍວິທີສອນນໍານັກວິທະຍາກອນ ເພື່ອໝູນໃຊ້ເຂົ້າໃນການຮຽນການສອນ, ໃນວິຊາຂອງຕົນ, ຖອດຖອນບົດຮຽນໃນການແຕ່ງບົດສອນ ແລະ ວິທີສອນຂອງຕົນໃຫ້ແທດເໜາະ ແລະ ເກີດຜົນການຮຽນຮູ້ຕໍ່ຜູ້ຮຽນ.
