ວິທະຍາໄລພະລະສຶກສາ
ສູນສຶກສາ ປກຊ-ປກສ
ຮັບຜິດຊອບວາງແຜນ, ຈັດຕັ້ງການຮຽນ-ການສອນວິຊາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງພາກທິດສະດີ ແລະ ຍຸດທະວິທີ ໃຫ້ແກ່ສະຖານສຶກສາທັງພາກລັດ ແລະ ເອກະຊົນ ພາຍໃນນະຄອນຫຼວງວຽງຈັນ.
ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ
1. ວຽກງານແຜນການ & ການສອນ
- ວາງແຜນ ແລະ ສະເໜີອະນຸມັດການຈັດຕັ້ງການຮຽນ-ການສອນ ວິຊາສຶກສາ ປກຊ-ປກສ ຂອງນັກສຶກສາພາຍໃນ ແລະ ຕ່າງສະຖານສຶກສາ ທັງພາກລັດ-ເອກະຊົນ ພາຍໃນນະຄອນຫຼວງວຽງຈັນ.
- ຈັດຕາຕະລາງ ແລະ ດໍາເນີນການຮຽນ-ການສອນ ທັງພາກທິດສະດີ ແລະ ພາກປະຕິບັດຍຸດທະວິທີ ຕາມຫຼັກສູດຂອງ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ.
2. ວຽກງານນິຕິກຳ & ຄຸ້ມຄອງນັກສຶກສາ
- ສ້າງ, ປັບປຸງນິຕິກໍາ ແລະ ລະບຽບການຕ່າງໆ ກ່ຽວກັບການຄຸ້ມຄອງພາຍໃນສູນ ແລະ ນັກຮຽນ-ນັກສຶກສາ ໃນສະຖານການສຶກສາ.
- ຮັບ ແລະ ສັບຊ້ອນນັກຮຽນ-ນັກສຶກສາເຂົ້າຮຽນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
3. ວຽກງານຕິດຕາມ & ພັດທະນາ
- ຕິດຕາມ ກວດກາ ການຮຽນ-ການສອນ ສະຫຼຸບຕີລາຄາ ຖອດຖອນບົດຮຽນ ປັບປຸງແກ້ໄຂເປັນແຕ່ລະໄລຍະ.
- ປະສານສົມທົບກັບກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເພື່ອພັດທະນາພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ, ຫຼັກສູດ, ສື່ການສອນ ແລະ ວັດຖູປະກອນ.
4. ສະຫວັດດີການ & ສະຖານທີ່
- ຄຸ້ມຄອງການນໍາໃຊ້ ອາຄານ, ສະຖານທີ່, ວັດຖູປະກອນ, ຮ້ານຂາຍເຄື່ອງ, ຮ້ານອາຫານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ພາຍໃນສູນ.
- ຮັບຄໍາຮ້ອງ, ຄໍາສະເໜີ, ແລະ ບໍລິການສະຫວັດດີການດ້ານສຸຂະພາບ ຂອງນັກຮຽນ-ນັກສຶກສາ ຕະຫຼອດໄລຍະເຂົ້າປະຈຳຢູ່ສູນ (ກິນນອນຢູ່ສູນ).
5. ວຽກງານວັດຜົນ & ວຽກມອບໝາຍ
- ດໍາເນີນການອອກໃບຄະແນນການຮຽນວິຊາສຶກສາ ປກຊ-ປກສ ໃຫ້ນັກຮຽນ-ນັກສຶກສາ ທີ່ສໍາເລັດການຝຶກອົບຮົມ ແລະ ສຶກສາ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຜູ້ອຳນວຍການວິທະຍາໄລພະລະສຶກສາ.
