
ຕອນເຊົ້າຂອງວັນທີ 9 ຕຸລາ 2026, ທີ່ ວິທະຍາໄລພະລະສຶກສາ ໄດ້ຈັດກອງປະຊຸມເຜີຍແຜ່ບົດວິໄຈຂອງພະນັກງານ-ຄູສອນຂຶ້ນ, ທັງນີ້ກໍ່ເພື່ອເປັນການຂໍ່ານັບຊົມເຊີຍ ແລະ ສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ວັນທີ 12 ຕຸລາ ປະຈຳປີ 2026 ໃຫ້ມີບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.
ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ພູວຽງ ມຸນຖິ່ນໄທ ຮອງຜູ້ອຳນວຍການວິທະຍາໄລພະລະສຶກສາ, ໂດຍມີບັນດາຫົວໜ້າ-ຮອງພະແນກ, ພາກ, ສູນ ແລະ ພະນັກງານ-ລັດຖະກອນຄູສອນ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 45 ຄົນ (ຍິງ 21 ຄົນ).
ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສົ່ງເສີມວຽກງານການຄົ້ນຄວ້າວິທະຍາສາດ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການຂອງພະນັກງານ-ຄູສອນ ເຊິ່ງໄດ້ນຳເອົາຜົນງານການວິໄຈທີ່ມີຄຸນນະພາບມາເຜີຍແຜ່ ແລະ ແລກປ່ຽນບົດຮຽນ ເພື່ອນຳໄປ ປະຍຸກໃຊ້ເຂົ້າໃນການຮຽນ-ການສອນ ແລະ ການພັດທະນາວຽກງານພະລະສຶກສາໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ.
ຫຼັງຈາກສຳເລັດເນື້ອໃນກອງປະຊຸມເຜີຍແຜ່ບົດວິໄຈແລ້ວ, ຄະນະປະທານ ພ້ອມດ້ວຍ ບັນດາຄູ-ອາຈານ ແລະ ນ້ອງໆນັກສຶກສາ ກໍ່ໄດ້ໃຫ້ກຽດເຂົ້າຢ້ຽມຊົມຫ້ອງສະໝຸດຂອງວິທະຍາໄລພະລະສຶກສາ ເພື່ອຊຸກຍູ້ສົ່ງເສີມ ແລະ ສ້າງ ວັດທະນະທຳການອ່ານ ການຄົ້ນຄວ້າຫາຄວາມຮູ້ເພີ່ມເຕີມໃນໝູ່ຄູສອນ ແລະ ນັກສຶກສາ ຊຶ່ງບັນຍາກາດຂອງງານແມ່ນເຕັມໄປດ້ວຍຄວາມ ຕື່ນຕົວ ແລະ ຄວາມໝາຍອັນເລິກເຊິ່ງ.
