ພະແນກກວດກາ, ຕິດຕາມ, ປະເມີນຜົນ ແລະ ປະກັນຄຸນນະພາບ – ວິທະຍາໄລພະລະສຶກສາ

ວິທະຍາໄລພະລະສຶກສາ

ພະແນກກວດກາ, ຕິດຕາມ, ປະເມີນຜົນ ແລະ ປະກັນຄຸນນະພາບ

ຮັບຜິດຊອບວຽກງານວັດແລະປະເມີນຜົນ, ການປະກັນຄຸນນະພາບການສຶກສາ, ວຽກງານວິໄຈ ພ້ອມທັງພັດທະນາລະບົບຖານຂໍ້ມູນ ແລະ ເຄືອຂ່າຍ ICT ພາຍໃນວິທະຍາໄລ.

ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ

1. ວຽກງານກວດກາ & ປະກັນຄຸນນະພາບ

  • ສ້າງແຜນກວດກາ, ຕິດຕາມ, ວັດຜົນ-ປະເມີນຜົນ, ແລະ ການປະກັນຄຸນນະພາບການສຶກສາ.
  • ຈັດຕັ້ງການປະເມີນຜົນພາຍໃນ ແລະ ປະສານງານການປະເມີນຮ່ວມກັບຄະນະປະເມີນຜົນພາຍນອກ ຕາມລະບຽບການ.

2. ວຽກງານເວັບໄຊ & ຖານຂໍ້ມູນ

  • ພັດທະນາເວັບໄຊ (Web) ຂອງວິທະຍາໄລ ແລະ ລະບົບຖານຂໍ້ມູນເພື່ອເກັບກໍາສັງລວມຂໍ້ມູນ-ຂ່າວສານ.
  • ຄຸ້ມຄອງຄັງຂໍ້ສອບ, ວຽກງານວິເຄາະຂໍ້ສອບ, ແລະ ຈັດເກັບສະຖິຕິຂໍ້ມູນຄູສອນ-ນັກສຶກສາ.

3. ວຽກງານເຕັກໂນໂລຊີ & ເຄືອຂ່າຍ ICT

  • ຄຸ້ມຄອງລະບົບເຄືອຂ່າຍອິນເຕີເນັດ ແລະ ໂຄງລ່າງ ICT ພາຍໃນວິທະຍາໄລ.
  • ຄົ້ນຄວ້າ ແລະ ເຜີຍແຜ່ການນຳໃຊ້ ICT ເຂົ້າໃນວຽກງານວັດຜົນ, ປະເມີນຜົນ ແລະ ກວດກາຄຸນນະພາບ.

4. ວຽກງານວິໄຈ & ທົດສອບສະມັດຕະພາບ

  • ດໍາເນີນການວິໄຈທາງການສຶກສາ ພ້ອມທັງຈັດຕັ້ງເຜີຍແຜ່ຜົນງານທັງພາຍໃນ ແລະ ພາຍນອກ.
  • ຈັດຕັ້ງການທົດສອບສະມັດຕະພາບທາງດ້ານຮ່າງກາຍ (Physical Fitness) ຂອງນັກສຶກສາພະລະສຶກສາ.
  • ເຝິກອົບຮົມວຽກງານວິໄຈ, ວຽກງານປະເມີນຜົນ ແລະ ວຽກງານ ICT ໃຫ້ແກ່ພະນັກງານ-ຄູສອນ.

5. ວຽກງານອື່ນໆ

  • ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຜູ້ອຳນວຍການວິທະຍາໄລພະລະສຶກສາ.

© 2026 ວິທະຍາໄລພະລະສຶກສາ. ສະຫງວນລິຂະສິດ.