ສູນສຶກສາປ້ອງກັນຊາດປ້ອງກັນຄວາມສະຫງົບ

ສູນສຶກສາ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ- ວິທະຍາໄລພະລະສຶກສາ

ວິທະຍາໄລພະລະສຶກສາ

ສູນສຶກສາ ປກຊ-ປກສ

ຮັບຜິດຊອບວາງແຜນ, ຈັດຕັ້ງການຮຽນ-ການສອນວິຊາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງພາກທິດສະດີ ແລະ ຍຸດທະວິທີ ໃຫ້ແກ່ສະຖານສຶກສາທັງພາກລັດ ແລະ ເອກະຊົນ ພາຍໃນນະຄອນຫຼວງວຽງຈັນ.

ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ

1. ວຽກງານແຜນການ & ການສອນ

  • ວາງແຜນ ແລະ ສະເໜີອະນຸມັດການຈັດຕັ້ງການຮຽນ-ການສອນ ວິຊາສຶກສາ ປກຊ-ປກສ ຂອງນັກສຶກສາພາຍໃນ ແລະ ຕ່າງສະຖານສຶກສາ ທັງພາກລັດ-ເອກະຊົນ ພາຍໃນນະຄອນຫຼວງວຽງຈັນ.
  • ຈັດຕາຕະລາງ ແລະ ດໍາເນີນການຮຽນ-ການສອນ ທັງພາກທິດສະດີ ແລະ ພາກປະຕິບັດຍຸດທະວິທີ ຕາມຫຼັກສູດຂອງ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ.

2. ວຽກງານນິຕິກຳ & ຄຸ້ມຄອງນັກສຶກສາ

  • ສ້າງ, ປັບປຸງນິຕິກໍາ ແລະ ລະບຽບການຕ່າງໆ ກ່ຽວກັບການຄຸ້ມຄອງພາຍໃນສູນ ແລະ ນັກຮຽນ-ນັກສຶກສາ ໃນສະຖານການສຶກສາ.
  • ຮັບ ແລະ ສັບຊ້ອນນັກຮຽນ-ນັກສຶກສາເຂົ້າຮຽນ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

3. ວຽກງານຕິດຕາມ & ພັດທະນາ

  • ຕິດຕາມ ກວດກາ ການຮຽນ-ການສອນ ສະຫຼຸບຕີລາຄາ ຖອດຖອນບົດຮຽນ ປັບປຸງແກ້ໄຂເປັນແຕ່ລະໄລຍະ.
  • ປະສານສົມທົບກັບກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເພື່ອພັດທະນາພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ, ຫຼັກສູດ, ສື່ການສອນ ແລະ ວັດຖູປະກອນ.

4. ສະຫວັດດີການ & ສະຖານທີ່

  • ຄຸ້ມຄອງການນໍາໃຊ້ ອາຄານ, ສະຖານທີ່, ວັດຖູປະກອນ, ຮ້ານຂາຍເຄື່ອງ, ຮ້ານອາຫານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ພາຍໃນສູນ.
  • ຮັບຄໍາຮ້ອງ, ຄໍາສະເໜີ, ແລະ ບໍລິການສະຫວັດດີການດ້ານສຸຂະພາບ ຂອງນັກຮຽນ-ນັກສຶກສາ ຕະຫຼອດໄລຍະເຂົ້າປະຈຳຢູ່ສູນ (ກິນນອນຢູ່ສູນ).

5. ວຽກງານວັດຜົນ & ວຽກມອບໝາຍ

  • ດໍາເນີນການອອກໃບຄະແນນການຮຽນວິຊາສຶກສາ ປກຊ-ປກສ ໃຫ້ນັກຮຽນ-ນັກສຶກສາ ທີ່ສໍາເລັດການຝຶກອົບຮົມ ແລະ ສຶກສາ.
  • ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຜູ້ອຳນວຍການວິທະຍາໄລພະລະສຶກສາ.

© 2026 ວິທະຍາໄລພະລະສຶກສາ. ສະຫງວນລິຂະສິດ.