ພະແນກວິຊາການ ແລະ ພັດທະນາວິຊາຊີບຄູ
Academic and Teacher Development Department
1. ດ້ານວຽກງານວິຊາການ
Academic Affairs Management
ຄຸ້ມຄອງພັດທະນາ ແລະ ປັບປຸງຫຼັກສູດ, ສື່ການຮຽນການສອນ, ວັດຖຸອຸປະກອນຮັບໃຊ້ການຮຽນການສອນ.
ພັດທະນາການຮຽນການສອນ, ກວດກາຕິດຕາມການສອນຂອງຄູ ແລະ ການຮຽນຂອງນັກສຶກສາ.
ກວດກາ, ຕິດຕາມ ແລະ ປະເມີນຜົນວຽກງານວິຊາການຢ່າງເປັນລະບົບ.
ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານພາຍໃນພະແນກຢ່າງເປັນທາງການ.
2. ດ້ານການພັດທະນາວິຊາຊີບຄູ
Teacher Professional Development
-
ສ້າງແຜນ ກໍ່ສ້າງ, ຝຶກອົບຮົມ ແລະ ພັດທະນາຄູ, ນັກວິຊາການພະລະສຶກສາ-ກິລາ ທັງພາຍໃນ ແລະ ພາຍນອກ.
-
ຄົ້ນຄ້ວາ ສະເໜີຕໍາແໜ່ງວິຊາການ ແລະ ນາມມະຍົດຄູໃຫ້ແກ່ຄູສອນ ພາຍໃນວິທະຍາໄລພະລະສຶກສາ ໃນແຕ່ລະສົກຮຽນ.
-
ປະສານສົມທົບກັບບັນດາພະແນກ, ພາກ ແລະ ສູນ ເພື່ອຈັດຕັ້ງໜ້າທີ່ວຽກງານທີ່ກ່ຽວຂ້ອງ.
3. ການຄຸ້ມຄອງສະຖານທີ່ ແລະ ອຸປະກອນ
Facilities & Equipment Management
ຄຸ້ມຄອງ ແລະ ນໍາໃຊ້ອາຄານສະຖານທີ່ ເພື່ອຮັບໃຊ້ການຮຽນການສອນໃຫ້ເກີດປະໂຫຍດສູງສຸດ:
ອາຄານຮຽນ
ຫ້ອງສະໜຸດ
ຫ້ອງຄອມພິວເຕີ
ຫ້ອງສອນທົດລອງ
ຫ້ອງວິທະຍາສາດກິລາ
ສາງອຸປະກອນ
