ການຮ່ວມມືກັນລະຫວ່າງວິທະຍາໄລພະລະສຶກສາ ສປປ ລາວ ກັບ ວິທະຍາໄລອະນຸບານຊົງຊິງ ສປຈີນ
ກອງປະຊຸມຝຶກອົບຮົມພາສາຈີນພື້ນຖານ ແລະ ທັກສະທາງການກິລາໂດຍເນັ້ນປະຕິບັດກິດຈະກຳເຕັ້ນແອໂຣບິກ, ທ່າພື້ນຖານມວຍກັງຟູ, ໃຫ້ແກ່ຄູສອນ ແລະ ນັກສຶກສາພະລະສຶກສາ ລະຫວ່າງວັນທີ4-7ພະຈິກ2025 ທີ່ສະໂມສອນວິທະຍາໄລພະລະສຶກສາ
ໃນຕອນເຊົ້າ ເວລາ 10: 30 ໂມງ ຂອງວັນທີ 4 ພະຈິກ 2025 ຢູ່ທີຫ້ອງປະຊຸມວິທະຍາໄລພະລະສຶກສາ ໄດ້ຈັດ ກອງປະຊຸມ ຝຶກອົບຮົມພາສາຈີນ ພຶ້ນຖານ ແລະ ທັກສະທາງດ້ານການກິລາ ລະຫວ່າງ ວິທະຍາໄລພະລະສຶກສາ ສປປ ລາວ ແລະ ວິທະຍາໄລຄູອະນຸບານ ຊົງຊິງ ສປ ຈີນ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຫຼອດສະຖິດ ສຸຂະຜົນ ຮອງຫົວໜ້າກົມກິລາມວນຊົນພະລະ ແລະ ສິລະປະສຶກສາ, ທ່ານ ສາສະດາຈານ ຊົງ ຍິງ ຫົວໜ້າພະແນກພົວພັນຕ່າງປະເທດ ວິທະຍາໄລການສຶກສາອະນຸບານຈົງຊິງ, ທ່ານ ຄໍາສຸກ ອິນສະຫຼອງ ຜູ້ອໍານວຍການວິທະຍາໄລພະລະສຶກສາ ມີບັນດາ ຄະນະຜູ້ແທນ ສປຈີນ, ຮອງຜູ້ອໍານວຍການ, ຫົວໜ້າພະແນກ, ສູນ,ພາກວິຊາ ແລະ ພະນັກງານຜູ້ທີ່ກ່ຽວຂ້ອງຂອງວິທະຍາໄລພະລະສຶກສາເຂົ້າຮ່ວມທັງໝົດ 53 ທ່ານ, ຍິງ 13 ທ່ານ ໂດຍມີຈຸດປະສົງ (1) ເພື່ອມາຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໃນບົດບັນທຶກ MOU ຮ່ວມ ກັນຂອງສອງຝ່າຍ. (2) ເພື່ອຈັດການຝຶກອົບຮົມພາສາຈີນ-ພະລະສຶກສາ ໃຫ້ ພະນັກງານຄູສອນ ແລະ ນັກສຶກສາພາຍໃນວິທະຍາໄລພະລະສຶກສາ ສປປ ລາວ ໂດຍຜູ້ຊ່ຽວຊານຈາກວິທະຍາໄລຄູອະນຸບານຊົງຊິງ ສປ ຈີນ, ເຊິ່ງມີເນື້ອໃນ ທ່ານ ຜູ້ອໍານວຍການວິທະຍາໄລພະລະສຶກສາກ່າວຕ້ອນຮັບຄະນະຜູ້ແທນ ສປຈີນ, ແນະນໍາຜູ້ເຂົ້າຮ່ວມຝ່າຍ ສປປ ລາວ ແລະ ລາຍງານສະພາບລວມຂອງວິທະຍາໄລພະລະສຶກສາກ່ຽວກັບກົງຈັກການຈັດຕັ້ງ ແລະ ໂຄງປະກອບການຈັດຕັ້ງ ແລະ ລະບົບການຄຸ້ມຄອງ-ບໍລິຫານທົ່ວໄປຂອງວິທະຍາໄລພະລະສຶກສາທ່ານຫົວໜຫ້າພະແນກພົວພັນຕ່າງປະເທດ ຂອງວິທະຍາໄລຄູອະນຸບານຊົງຊິງ ແນະນໍາຄະນະຜູ້ແທນຝ່າຍ ສປ ຈີນ ແລະ ມີຄໍາເຫັນຕໍ່ກອງປະຊຸມກ່ຽວກັບສະພາບລວມຂອງວິທະຍາໄລຄູອະນຸບານຊົງຊິງໂດຍສະເພາະແມ່ນຜົນງານທີ່ພົ້ນເດັ່ນເປັນຕົ້ນ ພາລະບົດບາດການຄຸ້ມຄອງບໍລິຫານບຸກຄະລາກອນ, ຄະບວນການນະໂຍບາຍຕ່າງໆ ແລະ ການຮັບນາມມະຍົດຂອງຄູສອນໃນວິທະຍາໄລຄູອະນຸບານຊົງຊິງໃນກອງປະຊຸມຍັງໄດ້ຮັບຟັງຄໍາເຫັນຊີ້ນໍາຂອງທ່ານປະທານກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດ MOU ທີ່ທັງສອງຝ່າຍໄດ້ລົງນາມຮ່ວມກັນໃນປີ 2024 ຈຶ່ງຮຽກຮ້ອງທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງມີຄວາມເປັນເອກະພາບພວກເຮົາໃນນາມກົມກິລາມວນຊົນ,ພະລະ ແລະ ສິລະປະສຶກສາຍີນດີສະໜັບສະໜູນເພື່ອໃຫ້ມີຜົນສໍາເລັດ;ການຈັດຝຶກອົບຮົມແມ່ນໄດ້ແມ່ນໄດ້ດໍາເນີນເປັນເວລາ 4 ວັນ ນັບແຕ່ວັນທີ່ 4-7 ພະຈິກ 2025 ເຊິ່ງເນື້ອໃນການຝຶກອົບຮ່ວມມີດັ່ງນີ້:ພຶ້ນຖານ ກັງຟູ, ເຕັນແອໂລບິກ; ຮຽນພາສາ ຈີນ ໂດຍຜູ້ຊ່ຽວຊານຈາກວິທະຍາໄລຄູອະນຸບານຊຸງຊິງ ສປ ຈີນ; ແລກປ່ຽນ ວັດທະນະທໍາ ການສະແດງມວຍລາຍລາວ ແລະ ເທັກຄວັນໂດ້ ໂດຍ ຄູ ແລະ ນັກສຶກສາ ວິທະຍາໄລພະລະສຶກສາ, ໃນກອງປະຊຸມຍັງໄດ້ຮັບຟັງຄໍາເຫັນຊີ້ນໍາຂອງທ່ານປະທານກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດ MOU ທີ່ທັງສອງຝ່າຍໄດ້ລົງນາມຮ່ວມກັນໃນໄລຍະປີ 2024 ຈຶ່ງຮຽກຮ້ອງທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງມີຄວາມເປັນເອກະພາບໃຫ້ມີຜົນສໍາເລັດ
