ລະຫວ່າງມະຫາວິທະຍາໄລກິລາກາຍຍະກຳບັກນິງ ສສ ຫວຽດນາມ ແລະ ວິທະຍາໄລພະລະສຶກສາ ສປປ ລາວ ໃນວັນທີ23ຕຸລາ2025

ການແລກປ່ຽນພົວພັນຂອງວິທະຍາໄລພະລະສຶກສາ ແລະ ມະຫາວິທະຍາໄລກິລາກາຍະກຳບັກນິງ ສສ ຫວຽດນາມ ແມ່ນໄດ້ເລີ່ມແຕ່ ປີ 2016 ເຊິ່ງໄດ້ເຊັນບົດບັນທຶກຊ່ວຍຈຳ ຄັ້ງທີ 2 ໄລຍະ 2022-2026 ຄັ້ງວັນທີ 01 ສິງຫາ 2022 ໄລຍະຜ່ານມາທັງສອງຝ່າຍມີຄວາມຫຍຸ້ງຍາກເຮັດໃຫ້ບໍ່ໄດ້ດຳເນີນການຈັດຕັ້ງປະຕິບັດວຽກງານ, ໂດຍມີຈຸດປະສົງ (1) ເພື່ອຈັດກອງປະຊຸມປຶກສາຫາລືສືບຕໍ່ວຽກງານການຮ່ວມມືກັບວິທະຍາໄລພະລະສຶກສາ ສປປ ລາວ; (2) ເພື່ອເປັນການທົບທວນຄືນກ່ຽວກັບບົດບັນທຶກຊ່ວຍຈຳຮ່ວມມືລະຫວ່າງມະຫາວິທະຍາໄລກິລາກາຍະກຳບັກນິງ ສສ ຫວຽດນາມ ແລະ ການພົວພັນ ລົງນາມໃນບົດບັນທຶກຮ່ວມມື MOA ລະຫວ່າງວິທະຍາໄລພະລະສຶກສາ ແລະ ມະຫາວິທະຍາໄລກິລາກາຍະກຳບັກນິງ ສສ ຫວຽດນາມ. ເຊິ່ງໃນັ້ນຄະນະຮັບຜິດຊອບວຽກພົວພັນຕ່າງປະເທດຂອງວິທະຍາໄລພະລະສຶກສາ ໄດ້ຮັບການປະສານງານທາງ Messenger ຈາກທ່ານ ດິງ ກວາງ ງັອກ ຫົວໜ້າສະຖາບັນວິທະຍາສາດການກິລາ, ເຕັກໂນໂລຊີ ແລະ ພົວພັນຕ່າງປະເທດ ຂອງມະຫາວິທະຍາໄລກິລາກາຍະກຳ ບັກນິງ.ມະຫາວິທະຍາໄລກິລາກາຍະກຳບັກນິງ ສສ ຫວຽດນາມ ໄດ້ສະເໜີບາງເນື້ອໃນການຮ່ວມມືກັບວິທະຍາ ໄລພະລະສຶກສາ ສປປ ລາວ ລາຍລະອຽດດັ່ງນີ້:(1) ມະຫາວິທະຍາໄລກິລາກາຍະກໍາ ບັກນິງ, ສາທາລະນະລັດສັງຄົມນິຍົມຫວຽດນາມ ຈະສົ່ງຜູ້ຊ່ຽວຊານ ແລະ ອາຈານໄປສອນຢູ່ວິທະຍາໄລພະລະສຶກສາ ສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນແຕ່ລະປີ ຄາດວ່າຈະມີການໄປຢ້ຽມປິລະ 2 ຄັ້ງ (1 ຄັ້ງຕໍ່ 1 ພາກຮຽນ), ຄັ້ງລະ 2 ຫາ 3 ຄົນ, ເວລາ 5 ຫາ 7 ວັນ. ເນື້ອໃນການສອນວິຊາສະເພາະ ແລະ ຈັດຫຼັກສູດຝຶກອົບຮົມສຳລັບພະນັກງານ-ຄູສອນ, ຜູ້ຝຶກສອນ ແລະ ພະນັກງານ. ລາຍລະອຽດກ່ຽວກັບງົບປະມານ ແລະ ວາລະດຳເນີນການທັງສອງຝ່າຍຈະຮ່ວມກັນປຶກສາຫາລື ແລະ ຕົກລົງກັນໃນພາຍຫຼັງ;(2). ທັງສອງພາກສ່ວນຈະສົມທົບກັນເພື່ອຈັດຕັ້ງປະຕິບັດການຄົ້ນຄ້ວາວິທະຍາສາດບາງຫົວຂໍ້ ແລະ ສົມທົບກັນເຜີຍແຜ່ຜົນການຄົ້ນຄ້ວາໃນວາລະສານວິທະຍາສາດສາກົນ (ທັງສອງຝ່າຍຈະສະໜອງທຶນຮອນ, ສົ່ງພະນັກງານ-ຄູສອນເຂົ້າຮ່ວມການຄົ້ນຄ້ວາ ແລະ ຂຽນບົດຄວາມຕ່າງໆ). ຄາດວ່າ: ແຕ່ປີ 2025-2029, ຢ່າງໜ້ອຍ 01 ຫົວຂໍ້ທາງດ້ານວິທະຍາສາດການກິລາ ແລະ ເຕັກໂນໂລຊີຈະຕ້ອງໄດ້ຮັບການປະຕິບັດ, 1-2 ບົດເລື່ອງທາງວິທະຍາສາດການກິລາ ແລະ ເຕັກໂນໂລຊີຈະໄດ້ຮັບການຕີພິມໃນວາລະສານສາກົນ;(3). ປະສານສົມທົບກັນຈັດຕັ້ງກອງປະຊຸມວິທະຍາສາດສາກົນໃນຂະແໜງການພະລະສຶກສາ ແລະ ກິລາ ຢູ່ສປປ ລາວ. ສ່ວນດ້ານເວລາ ແລະ ສະຖານທີ່ແມ່ນໃຫ້ຝ່າຍລາວເປັນຜູ້ກໍານົດ (ມະຫາວິທະຍາໄລພະລະສຶກສາ, ກິລາບັກນິງ ສະໜັບສະໜູນໃນການຈັດຕັ້ງກອງປະຊຸມ, ຊຸກຍູ້ກອງປະຊຸມ, ສົ່ງຜູ້ແທນເຂົ້າຮ່ວມ ແລະ ຂຽນລາຍງານໃນກອງປະຊຸມ, ແນະນຳ ແລະ ເຊີນບັນດາຊ່ຽວຊານລະດັບສາກົນເຂົ້າຮ່ວມ ແລະ ລາຍງານໃນກອງປະຊຸມ) ຄາດວ່າແຕ່ປີ 2025-2029 ຈະຈັດກອງປະຊຸມວິທະຍາສາດສາກົນຢ່າງໜ້ອຍ 01 ຄັ້ງ;(4). ຊຸກຍູ້ ແລະ ສົ່ງເສີມການພັດທະນາໂຄງການຝຶກອົບຮົມຮ່ວມຂອງມະຫາວິທະຍາໄລ ໃນລະດັບປະລິນຍາຕີ ແລະ ປະລິນຍາໂທ ຫຼັກສູດຫວຽດນາມໂດຍຕາມເງື່ອນໄຂ ມະຫາວິທະຍາໄລກິລາກາຍະກໍາ ບັກນິງ-ຫວຽດນາມ ຈະມອບທຶນການສຶກສາໃຫ້ແກ່ວິທະຍາໄລພະລະສຶກສາ ສປປ ລາວໃນຂົງເຂດກິລາກາຍະກໍາ ຈໍານວນ 2 ທຶນຕໍ່ປີ, ປະລິນຍາຕີ 1 ທຶນ ແລະ ນັກສຶກສາປະລິນຍາໂທ 1 ທຶນ ລາຍລະອຽດລະດັບການຊ່ວຍເຫຼືອ: ມະຫາວິທະຍາໄລກິລາກາຍະກໍາ ບັກນິງ ຈະຊ່ວຍຄ່າຮຽນ ແລະ ທີ່ພັກ. ສ່ວນນັກສຶກສາ ແລະ ພະນັກງານທີ່ຮຽນປະລິນຍາໂທ ຈະໄດ້ຮັບຜິດຊອບຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ.
